EUVIMEDEUVIMED entdecken
Crossref

ຜົນຂອງການເຝິກທັກສະຕໍ່ກັບການແກ້ບັນຫາຄະນິດສາດ ຂອງຕຳລາໃຈກຳລັງໂດຍໃຊ້ວິທີການຮຽນ-ການສອນເອົານັກຮຽນເປັນໃຈກາງ ຊັ້ນມັດທະຍົມສົມບູນ ເມືອງຍອດອູ ແຂວງຜົ້ງສາລີ

Bounlue DOUANGDY, Soulagon SYHALATH, Sinxay BAKHAM, Somchith PHETMANY

ວາລະສານ ວິທະຍາສາດທຳມະຊາດ · 30.12.2024 · 24 (2) · 89-93

DOI: 10.71026/sj.2024.02012 ↗

Kurz gefasst

Fachartikel in der Zeitschrift ວາລະສານ ວິທະຍາສາດທຳມະຊາດ, online erschienen am 30.12.2024. Verfasst von Bounlue DOUANGDY und 3 weiteren Autor:innen.

AbstractBibliografische AngabenZitieren

Abstract (Originalsprache)

ການ​ຄົ້ນ​ຄ້ວາ​ຄັ້ງ​ນີ້​ ເພື່ອສຶກສາຜົນຂອງການເຝິກທັກສະຕໍ່ກັບການແກ້ບັນຫາຄະນິດສາດ ກ່ຽວກັບຕຳລາໃຈກໍາລັງກ່ອນ ແລະ ຫຼັງການ ທົດສອບ ທີ່ໂຮງຮຽນ ມັດທະຍົມສົມບູນ ເມືອງຍອດອູ ແຂວງຜົ້ງສາລີ ສົກຮຽນ 2023-2024 ແລະ ສຶກສາຄວາມເພິ່ງພໍໃຈຂອງນັກຮຽນໃນການເຝິກທັກສະຕໍ່ກັບການແກ້ບັນຫາຕໍາລາໃຈກໍາລັງ. ການສຶກສາແມ່ນໄດ້ ສຶກສາບັນຫາທັກສະ ແລະ ສ້າງແບບສອບຖາມ, ສຳລັບນັກຮຽນຊັ້ນ ມ.6 ເປັນກຸ່ມຕົວຢ່າງຈໍານວນ 40 ຄົນ, ຍິງ 21 ຄົນ. ຈາກຈຳນວນປະຊາກອນທັງໝົດ 134 ຄົນ, ຍິງ 70 ຄົນ. ດ້ວຍວິທີການສູ່ມເອົາກູ່ມຕົວຢ່າງໃນເກນ 30% ( ບຸນຊົມ ສີສະອາດ, ພສ 2535 ໜ້າທີ 38). ການວິເຄາະຂໍ້ມູນໄດ້ນໍາໃຊ້ ໂປຣແກມ SPSS17.0 ແລະ ສະຖິຕິ ເຊັ່ນ: ຄິດໄລ່ເປີເຊັນ(Percentage), ຄິດໄລ່ຄ່າສະເລ່ຍ (Arithmetic Mean) ແລະ ຄ່າຜັນປ່ຽນມາດຖານ (Standard Deviation) ຜົນການສຶກສາພົບວ່າ: ຈາກແບບທົດສອບເຫັນວ່າ ແບບທົດສອບກ່ອນ ແລະ ຫຼັງມີຄວາມແຕກຕ່າງ ກັນເຊິ່ງຄະແນນສະເລ່ຍຂອງຄະແນນແບບທົດສອບກ່ອນແມ່ນ 4.56 ແລະ ຄ່າສະເລ່ຍຄະແນແບບທົດສອບຫຼັງ ແມ່ນ 8.84, ຄ່າຂອງ T-test -33.13 ສະແດງວ່າຜົນຂອງການເຝິກທັກສະຕໍ່ກັບການແກ້ບັນຫາຄະນິດສາດໃນການຈັດການຮຽນ - ການສອນ, ຖືວ່າຫຼັງການສອນແຕກຕ່າງກັບກ່ອນການສອນ ເຊິ່ງເປັນໄປຕາມສົມຸດຖານທີ່ຕັ້ງໄວ້ດ້ວຍລະດັບຄວາມເຊື່ອໝັ້ນ 95%. ດັ່ງນັ້ນ, ຈິ່ງຍອມຮັບວ່າຜົນການຮຽນຫຼັງການສອນທີ່ຖືເອົານັກຮຽນເປັນໃຈກາງແຕກຕ່າງຈາກກ່ອນການສອນ ດ້ວຍລະດັບຄວາມເຊື່ອໝັ້ນ 95%. ຈາກການວິເຄາະຄະນະຜູ້ຄົ້ນຄວ້າ ຈຶ່ງສາມາດສະຫຼຸບໄດ້ວ່າ ນັກຮຽນມີຄວາມເພິ່ງພໍໃຈຫຼາຍໂດຍການເຝິກທັກສະ ຕໍ່ກັບການແກ້ຫາຄະນິດສາດໃນການຈັດການຮຽນ - ການສອນທີ່ຖືເອົານັກຮຽນເປັນໃຈກາງ ສໍາລັບນັກຮຽນມັດທະຍົມສົມບູນ ເມືອງຍອດອູ ແຂວງຜົ້ງສາລີ ສົກສາ 2023-2024. ເຊິ່ງມີຄ່າສະເລ່ຍ 4.46 ແລະ ຄ່າຜັນປ່ຽນມາດຖານ 0.76 ໝາຍຄວາມວ່ານັກຮຽນມີຄວາມເພິ່ງພໍໃຈຫຼາຍໃນການຈັດການຮຽນ - ການສອນທີ່ຖືເອົານັກຮຽນເປັນໃຈກາງ.

Zitieren

APA

DOUANGDY, B., SYHALATH, S., BAKHAM, S., & PHETMANY, S. (2024). ຜົນຂອງການເຝິກທັກສະຕໍ່ກັບການແກ້ບັນຫາຄະນິດສາດ ຂອງຕຳລາໃຈກຳລັງໂດຍໃຊ້ວິທີການຮຽນ-ການສອນເອົານັກຮຽນເປັນໃຈກາງ ຊັ້ນມັດທະຍົມສົມບູນ ເມືອງຍອດອູ ແຂວງຜົ້ງສາລີ. ວາລະສານ ວິທະຍາສາດທຳມະຊາດ, 24(2), 89-93. https://doi.org/10.71026/sj.2024.02012

Vancouver

DOUANGDY B, SYHALATH S, BAKHAM S, PHETMANY S. ຜົນຂອງການເຝິກທັກສະຕໍ່ກັບການແກ້ບັນຫາຄະນິດສາດ ຂອງຕຳລາໃຈກຳລັງໂດຍໃຊ້ວິທີການຮຽນ-ການສອນເອົານັກຮຽນເປັນໃຈກາງ ຊັ້ນມັດທະຍົມສົມບູນ ເມືອງຍອດອູ ແຂວງຜົ້ງສາລີ. ວາລະສານ ວິທະຍາສາດທຳມະຊາດ. 2024;24(2):89-93. doi:10.71026/sj.2024.02012

BibTeX
@article{DOUANGDY2024,
  author = {DOUANGDY, Bounlue and SYHALATH, Soulagon and BAKHAM, Sinxay and PHETMANY, Somchith},
  title = {ຜົນຂອງການເຝິກທັກສະຕໍ່ກັບການແກ້ບັນຫາຄະນິດສາດ ຂອງຕຳລາໃຈກຳລັງໂດຍໃຊ້ວິທີການຮຽນ-ການສອນເອົານັກຮຽນເປັນໃຈກາງ ຊັ້ນມັດທະຍົມສົມບູນ ເມືອງຍອດອູ ແຂວງຜົ້ງສາລີ},
  journal = {ວາລະສານ ວິທະຍາສາດທຳມະຊາດ},
  year = {2024},
  volume = {24},
  number = {2},
  pages = {89--93},
  doi = {10.71026/sj.2024.02012}
}
Kostenlos starten →