EUVIMEDEUVIMED entdecken
Open Access · CC BY 4.0

A Study of Kindergarten Children’s Thinking Behaviors through the Use of Visual Media in Project-Based Learning at the Demonstration Kindergarten School, Luang Prabang Teacher Training College

Bounlai PHANTHONG

Journal of Science and Teacher Education · 02.03.2026 · 2 (1) · 135-144

DOI: 10.71026/jlste.044 ↗

Kurz gefasst

Fachartikel in der Zeitschrift Journal of Science and Teacher Education, online erschienen am 02.03.2026. Verfasst von Bounlai PHANTHONG. Der Volltext ist frei zugänglich (Open Access, CC BY 4.0).

AbstractBibliografische AngabenZitierenVerwandte Studien

Abstract (Originalsprache)

ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງເພື່ອ: 1) ສຶກສາພຶດຕິກຳການຄິດຂອງເດັກນັກຮຽນອະນຸບານ 2 ໃນລະຫວ່າງການເຂົ້າຮ່ວມກິດຈະກຳການນຳໃຊ້ສື່ຮູບພາບໃນການສອນແບບໂຄງການ ທີ່ໂຮງຮຽນອະນຸບານສາທິດ ວິທະຍາໄລຄູຫຼວງພະບາງ ແລະ 2) ເພື່ອສຶກສາບົດບາດຂອງສື່ຮູບພາບຕໍ່ການກະຕຸ້ນພຶດຕິກຳການຄິດຂອງເດັກຂັ້ນອະນຸບານ 2. ກຸ່ມເປົ້າໝາຍທີ່ໃຊ້ໃນການຄົ້ນຄວ້າແມ່ນເດັກນັກຮຽນຂັ້ນອະນຸບານ 2 ຈຳນວນ 28 ຄົນ, ຍິງ 12 ຄົນ, ສົກຮຽນ 2024-2025 ທີ່ໄດ້ມາຈາກການຄັດເລືອກແບບເຈາະຈົງ ທີ່ໂຮງຮຽນອະນຸບານສາທິດ ວິທະຍາໄລຄູຫຼວງພະບາງ. ເຄື່ອງມືທີ່ໃຊ້ໃນການເກັບກຳຂໍ້ມູນປະກອບມີ: ບົດສອນຈຳນວນ 9 ບົດ, ແບບສັງເກດພຶດຕິກຳທັກສະການຄິດ ແລະ ໂຄງຮ່າງບັນທຶກການສັງເກດພຶດຕິກຳເດັກ. ການວິເຄາະຂໍ້ມູນໃຊ້ສະຖິຕິພັນລະນາ ເຊັ່ນ: ຄ່າສະເລ່ຍ, ຄ່າຜັນປ່ຽນມາດຖານ (SD) ແລະ ເປີເຊັນ; ສ່ວນຂໍ້ມູນຄຸນນະພາບແມ່ນໄດ້ນຳໃຊ້ການສັງລວມເນື້ອໃນ ແລະ ຈັດໝວດໝູ່ເພື່ອສະຫຼຸບຂໍ້ຄວາມສຳຄັນ. ຜົນການຄົ້ນຄວ້າພົບວ່າ ພຶດຕິກຳການຄິດຂອງເດັກນັກຮຽນອະນຸບານ 2 ໃນລະຫວ່າງການເຂົ້າຮ່ວມກິດຈະກຳໂດຍລວມຢູ່ໃນລະດັບພໍໃຊ້. ເມື່ອພິຈາລະນາເປັນລາຍດ້ານພົບວ່າ ດ້ານຄວາມສາມາດໃນການປະເມີນຜົນມີຄ່າສະເລ່ຍສູງສຸດ, ຮອງລົງມາແມ່ນຄວາມສາມາດດ້ານການປະຕິບັດຕົວ, ຄວາມສາມາດດ້ານການເລືອກວິທີໃນການແກ້ບັນຫາ ແລະ ດ້ານທີ່ມີຄ່າສະເລ່ຍຕ່ຳສຸດແມ່ນຄວາມສາມາດດ້ານການກຳນົດບັນຫາ. ບົດບາດຂອງສື່ຮູບພາບຕໍ່ການກະຕຸ້ນພຶດຕິກຳການຄິດຂອງເດັກພົບວ່າ ສື່ຮູບພາບມີບົດບາດຫຼັກໃນ 3 ດ້ານຄື: (1) ເປັນຈຸດເລີ່ມຕົ້ນຂອງການຕັ້ງຄຳຖາມ, (2) ການກະຕຸ້ນການເຊື່ອມໂຍງຂໍ້ມູນ ແລະ (3) ການສົ່ງເສີມການຄິດສ້າງສັນ ເຊິ່ງບົດບາດເຫຼົ່ານີ້ໄດ້ຊ່ວຍໃຫ້ເດັກສະແດງອອກທາງພຶດຕິກຳການຄິດຢ່າງຕໍ່ເນື່ອງໃນຂະບວນການສອນແບບໂຄງການ.

Zitieren

APA

PHANTHONG, B. (2026). A Study of Kindergarten Children’s Thinking Behaviors through the Use of Visual Media in Project-Based Learning at the Demonstration Kindergarten School, Luang Prabang Teacher Training College. Journal of Science and Teacher Education, 2(1), 135-144. https://doi.org/10.71026/jlste.044

Vancouver

PHANTHONG B. A Study of Kindergarten Children’s Thinking Behaviors through the Use of Visual Media in Project-Based Learning at the Demonstration Kindergarten School, Luang Prabang Teacher Training College. Journal of Science and Teacher Education. 2026;2(1):135-144. doi:10.71026/jlste.044

BibTeX
@article{PHANTHONG2026,
  author = {PHANTHONG, Bounlai},
  title = {A Study of Kindergarten Children’s Thinking Behaviors through the Use of Visual Media in Project-Based Learning at the Demonstration Kindergarten School, Luang Prabang Teacher Training College},
  journal = {Journal of Science and Teacher Education},
  year = {2026},
  volume = {2},
  number = {1},
  pages = {135--144},
  doi = {10.71026/jlste.044}
}
Kostenlos starten →