ເນື້ອໃນສ່ອງແສງຄວາມຮັກບ່າວ-ສາວໃນຂັບງື່ມ
ວາລະສານພາສາ ແລະ ວັດທະນະທຳລາວ · 15.06.2026 · 2 (1) · 1-12
DOI: 10.71026/jllc.2026.2.1.38 ↗Kurz gefasst
Fachartikel in der Zeitschrift ວາລະສານພາສາ ແລະ ວັດທະນະທຳລາວ, online erschienen am 15.06.2026. Verfasst von Nalin PHANPHAMITH.
Abstract (Originalsprache)
ການສຶກສາເນື້ອໃນສ່ອງແສງຄວາມຮັກບ່າວ-ສາວໃນຂັບງື່ມຄັ້ງນີ້ ມີຈຸດປະສົງ ວິເຄາະເນື້ອໃນສ່ອງແສງຄວາມຮັກບ່າວ-ສາວໃນຂັບງື່ມ. ການສຶກສາໄດ້ໃຊ້ຈໍານວນປະຊາກອນທີ່ເປັນເຟື້ອງ ແລະ ບາດຂັບງື່ມຈໍານວນ 122 ເຟື້ອງ/ບາດຂັບ. ໂດຍໄດ້ອີງໃສ່ແນວຄິດທິດສະດີເນື້ອໃນສ່ອງແສງຂອງ ບໍ່ແສງຄໍາ ວົງດາລາ ແລະ ຄະນະ (2008) ມາເປັນແນວທາງໃນການວິເຄາະ. ຜົນການສຶກສາພົບວ່າ: ເນື້ອໃນສ່ອງແສງຄວາມຮັກບ່າວ-ສາວໃນຂັບງື່ມ ສາມາດແຍກອອກເປັນ 5 ເນື້ອໃນຫຼັກ ເຊັ່ນ ເນື້ອໃນສ່ອງແສງການຖາມຂ່າວ ປະກອບມີ ຖາມຂ່າວຖິ່ນຖານບ້ານເກີດ, ຖາມຂ່າວຄວາມສຸກ-ທຸກ ແລະ ຖາມຂ່າວຄວາມໃນໃຈ. ເນື້ອໃນສ່ອງແສງຄວາມປາຖະໜາຮັກ ແລະ ຄໍາສັນຍາ ເຊິ່ງສະແດງອອກໃຫ້ເຫັນຜ່ານການຂໍໃຫ້ອີກຝ່າຍມີໃຈຕໍ່ ຫຼື ໃຝ່ຝັນຢາກຈະໄດ້ມາຄອບຄອງ ແລະ ການໃຫ້ຄໍາສັນຍາຕໍ່ຄົນຮັກ. ເນື້ອໃນສ່ອງແສງເຖິງການບອກຮັກ ແລະ ຄວາມຄິດຮອດຄິດເຖິງເມື່ອຫ່າງໄກກັນ. ເນື້ອໃນສ່ອງແສງເຖິງຄວາມນ້ອຍໃຈ ເຊັ່ນ ນ້ອຍໃຈໃນໂຊກຊະຕາວາດສະໜາທີ່ເກີດມາເປັນຄົນຂີ້ຮ້າຍ ຫຼື ເກີດໃນຕະກຸນຄົນທຸກຍາກ, ຄວາມນ້ອຍໃຈເມື່ອຫ່າງໄກ ເພາະມີຄວາມຢ້ານວ່າອີກຝ່າຍຈະປ່ຽນໃຈເມື່ອຢູ່ຫ່າງໄກກັນ ແລະ ນື້ອໃນສ່ອງແສງເຖິງສັ່ງລາກັນ ເຊັ່ນ ການລາດ້ວຍຄວາມຫງ່ວມເຫງົາ, ການລາດ້ວຍຄໍາອວຍພອນ ແລະ ການລາດ້ວຍການຝາກຝັງຄໍາສັນຍາ.
Zitieren
APA
PHANPHAMITH, N. (2026). ເນື້ອໃນສ່ອງແສງຄວາມຮັກບ່າວ-ສາວໃນຂັບງື່ມ. ວາລະສານພາສາ ແລະ ວັດທະນະທຳລາວ, 2(1), 1-12. https://doi.org/10.71026/jllc.2026.2.1.38
Vancouver
PHANPHAMITH N. ເນື້ອໃນສ່ອງແສງຄວາມຮັກບ່າວ-ສາວໃນຂັບງື່ມ. ວາລະສານພາສາ ແລະ ວັດທະນະທຳລາວ. 2026;2(1):1-12. doi:10.71026/jllc.2026.2.1.38
BibTeX
@article{PHANPHAMITH2026,
author = {PHANPHAMITH, Nalin},
title = {ເນື້ອໃນສ່ອງແສງຄວາມຮັກບ່າວ-ສາວໃນຂັບງື່ມ},
journal = {ວາລະສານພາສາ ແລະ ວັດທະນະທຳລາວ},
year = {2026},
volume = {2},
number = {1},
pages = {1--12},
doi = {10.71026/jllc.2026.2.1.38}
}
EUVIMED